WordPress ໃນຄວາມຊົງຈຳ

WordPress ອຸທິດໜ້ານີ້ໃຫ້ແກ່ຄວາມຊົງຈຳຂອງຜູ້ທີ່ພວກເຮົາໄດ້ສູນເສຍໄປ. ພວກເຂົາໄດ້ຮ່ວມກັນສ້າງໂຄງການຂອງພວກເຮົາ ແລະ ເຮັດໃຫ້ຊຸມຊົນຂອງພວກເຮົາມີຄວາມໝາຍ. ໃນຂະນະທີ່ພວກເຮົາລະລຶກເຖິງຄວາມມຸ່ງໝັ້ນ ແລະ ການທຸ່ມເທຂອງພວກເຂົາໃຫ້ແກ່ WordPress ແລະ ຊອບແວໂອເພນຊອດ, ພວກເຮົາຂໍເຊີດຊູຈິດວິນຍານຂອງພວກເຂົາ.

ຢູ່ໃນໃຈຂອງພວກເຮົາຕະຫຼອດໄປ, ມໍລະດົກຂອງພວກເຂົາຈະຍັງຄົງຢູ່ຜ່ານທຸກແຖວຂອງໂຄ້ດ ແລະ ຜູ້ໃຊ້ທຸກຄົນທີ່ພວກເຂົາໄດ້ສ້າງປະໂຫຍດໃຫ້.